ຫນ້າ

ຂ່າວ

TOPSHOT-PERU-HEALTH-DENGUE

ເປຣູ ປະກາດພາວະສຸກເສີນດ້ານສາທາລະນະສຸກ ທ່າມກາງການລະບາດຂອງພະຍາດໄຂ້ເລືອດອອກທີ່ເພີ່ມຂຶ້ນ

ປະເທດເປຣູໄດ້ປະກາດພາວະສຸກເສີນດ້ານສຸຂະພາບ ເນື່ອງຈາກກໍລະນີພະຍາດໄຂ້ເລືອດອອກທີ່ເພີ່ມຂຶ້ນຢ່າງໄວວາໃນທົ່ວປະເທດອາເມຣິກາໃຕ້.

ລັດຖະມົນຕີກະຊວງສາທາລະນະສຸກທ່ານ Cesar Vasquez ກ່າວໃນວັນຈັນວານນີ້ວ່າ ຫຼາຍກວ່າ 31,000 ກໍລະນີຂອງພະຍາດໄຂ້ເລືອດອອກໄດ້ຖືກບັນທຶກໃນ 8 ອາທິດທໍາອິດຂອງປີ 2024, ລວມທັງ 32 ຄົນເສຍຊີວິດ.

ທ່ານ Vasquez ກ່າວ​ວ່າ ພາວະ​ສຸກ​ເສີນ​ຈະ​ກວມ​ເອົາ 20 ​ໃນ 25 ​ເຂດ​ຂອງ​ເປຣູ.

ໄຂ້ເລືອດອອກເປັນພະຍາດທີ່ເກີດຈາກຍຸງລາຍທີ່ສົ່ງມາສູ່ຄົນຈາກຍຸງກັດ.ອາການຂອງພະຍາດໄຂ້ເລືອດອອກປະກອບມີໄຂ້, ເຈັບຫົວຮຸນແຮງ, ເມື່ອຍລ້າ, ປວດຮາກ, ຮາກແລະເຈັບຕາມຮ່າງກາຍ.

ປະເທດເປຣູໄດ້ປະສົບກັບອຸນຫະພູມສູງ ແລະຝົນຕົກໜັກນັບຕັ້ງແຕ່ປີ 2023 ເນື່ອງຈາກຮູບແບບສະພາບອາກາດ El Nino, ເຊິ່ງເຮັດໃຫ້ທະເລນອກຊາຍຝັ່ງຂອງປະເທດມີອາກາດຮ້ອນຂຶ້ນ ແລະຊ່ວຍໃຫ້ປະຊາກອນຍຸງເພີ່ມຂຶ້ນ.


ເວລາປະກາດ: ວັນທີ 01-01-2024